Search This Blog

Friday, November 19, 2010

ພິທີເປີດສາລາໂຮງທັມຫຼັງໃໝ່ທີ່ວັດເຝີດຕິກ





ເມື່ອວັນທີ 19 ທີ່ຜ່ານມາ ໄດ້ມີພິທີເປີດສາລາໂຮງທັມຫຼັງໃໝ່ ເຊິ່ງເປັນອາຄານເຈັດຊັ້ນ ທີ່ວັດເຝີດຕິກ(ວັດຫວຽດນາມ) ທີ່ນະຄອນຫລວງວຽງຈັນກໍໄດ້ມີຂື້ນ ເຊິ່ງມີພຣະສົງພ້ອມດ້ວຍຊາວພຸດຈາກລາວແລະຫວຽດນາມ ເຂົ້າຮ່ວມເປັນຈຳນວນ ຫລາຍຮ້ອຍຄົນເພື່ອສະເຫລີມສະຫລອງງານບຸນດັ່ງກ່າວ.

ເປັນປະທານໃນພິທີແມ່ນພຣະອາຈານໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ ວ່າການປະທານອົງການພຸດທະສາສະໜາສຳພັນລາວ ພ້ອມດ້ວຍພະນະທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍຍົກລັດຖະມົນ ຜູ້ປະຈຳການລັດຖະບານ ພ້ອມທັງເປັນຜູ້ຊີ້ນຳງານສະເຫລີມສະຫລອງນະຄອນຫລວງວຽງຈັນ 450​ ປີ ກໍໄດ້ເຂົ້າຮ່ວມ.

ນອກຈາກນີ້ ພິທີການດັ່ງກ່າວ ຍັງໄດ້ຈັດຂື້ນເພື່ອສະເຫລີມສະຫລອງສອງງານບຸນໃຫຍ່ປະຫວັດສາດຄື ການສ້າງຕັ້ງນະຄອນຫລວງວຽງຈັນ 450 ປີ ແລະການສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 35 ປີ ພ້ອມນີ້ກໍເປັນການສະເຫລີມສະຫລອງການສ້າງຕັ້ງເມືອງທາງລອງ ນະຄອນຫລວງຮ່າໂນ້ຍ 1000 ປີ.


Inauguration of Dhamma Sala at Wat Phat Tich in Vientiane.

On 19 November,2010, an inauguration ceremony of new 7-story Dhamma Hall at Chua Phat Tich or Wat Phat Tich(Vietnamese monastery) in Viengchan took place and hundred of Buddhist monks and lay people from Laos and in Vientnam assembled to celebrate the event.

The ceremony was presided over by The Most Ven.Dr.Phong Samaleuk,the Acting President of Lao Buddhist Fellowship Organization(LBFO) and H.E.Somsavath Lengsavath, Deputy Prime Minister of Laos.

The ceremony was also organized to commemorate the two historical events of the 450th Anniversary of Vientiane Capital and the establishment of Lao People's Democratic Republic for 35 years and also to remark to 1000th Anniversary of Thang Long, Hanoi as the capital city.

Burmese Buddhist delegates offered Kathina at Sangha College.


ຄະນະສົງພະມ້າຖວາຍຜ້າປ່າຈຳນວນ 360 ໄກ
ແກ່ຄູອາຈານແລະນັກສຶກສາວິທະຍາໄລສົງ




ເມື່ອວັນທີ 14 ພະຈິກທີ່ຜ່ານມາ ຄະນະສົງຈາກປະເທດພະມ້າ ນຳໂດຍພຣະອາຈານໃຫຍ່ ດຣ.ອາຊິນ ຍານິສສະຣະ (ສີຕະກູໄຊຍາດໍ) ອະທິການບໍດີສະຖາບັນການສຶກສາພຸດທະສາສະໜານານາຊາດຊີຕາກູ Sitagu International Buddhist Academy(SIBA) , ຜູ້ສ້າງຕັ້ງໂຮງໝໍອາຍຸທານະ ແລະເປັນປະທານສະມາຄົມມະຫາວິທະຍາ ໄລພຸດທະສາສະໜາເຖຣະວາດ The Association of Theravada Buddhist Universities (ATBU) ໄດ້ເຂົ້າຂາບຄາຣະວະ ພຣະອາຈານໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ, ວ່າການປະທານອົງການພຸດທະສາສະໜາສຳພັນລາວ ພ້ອມດ້ວຍຄູອາຈານ ແລະນິສິດນັກສຶກສາ ວິທະຍາໄລສົງຈຳນວນ 300 ກວ່າອົງ.

ຈຸດປະສົງຂອງການຢ້ຽມຢາມລາວຄັ້ງນີ້, ພຣະອາຈານໃຫຍ່ ດຣ. ອາຊິນ ຍານິສສະຣະ ແມ່ນເພື່ອຖວາຍຜ້າໄຕ ຈຳນວນ 360 ຊຸດຕໍ່ຄູອາຈານ ແລະນັກສຶກສາພາຍໃນວິທະຍາໄລສົງແລະໄດ້ຕົກລົງຈະໃຫ້ທຶນການສຶກສາຈຳນວນ 20 ທຶນ ແກ່ນິສິດນັກສຶກສາ ວິທະຍາໄລສົງ ແລະນັກສຶກສາສົງລາວ ເພື່ອໄປຮຽນຕໍ່ຢູ່ທີ່ສະຖາບັນການສຶກສາພຸດທະສາສະໜານານາຊາດສີຕະກູ ໂດຍໃຫ້ຮຽນຕໍ່ແຕ່ຂັ້ນປະລິນຍາຕີ ຕໍ່ເນື່ອງເຖິງປະຣິນຍາໂທ.

ນອກຈາກແຜນການການສຶກສາແລ້ວ ພຣະອາຈານໃຫຍ່ ດຣ. ຍານິສສະຣະ ຍັງຈະເປັນເຈົ້າພາບສ້າງພຣະທາດສະເວຊີກອງຈຳລອງ ທີ່ບໍລິເວນມະຫາວິທະຍາໄລພຸດທະສະໜາແຫ່ງປະເທດລາວແຫ່ງໃໝ່ ທີ່ວັດພະບາດແອວຂັນ ເມືອງໄຊທານີ. ພ້ອມນີ້ ກໍໄດ້ຖວາຍພຸດ ທະຮູບອີກສອງອົງ ແລະເພື່ອເປັນການແລກປ່ຽນ ເພິ່ນກໍໄດ້ຂໍພຣະໄຕປິດົກສະບັບພາສາລາວໜຶ່ງຊຸດເພື່ອເປັນ ທີ່ລະລຶກແລະເກັບຮັກສາໄວ້ ທີ່ສະຖາບັນການສຶກສານານາຊາດຊີຕາກູ.

ໃນໄລຍະຜ່ານມາ ສາຍພົວພັນທາງພຸດທະສາສະໜາແລະວັດທະນະທຳລະຫວ່າງສອງປະເທດ ລາວແລະພະມ້າໄດ້ມີມາຍາວນານ ເຊິ່ງໄດ້ມີພະສົງລາວເຮົາໄດ້ໄປສຶກສາພຸດທະສາສະໜາທີ່ພະມ້າເປັນຈຳນວນຫຼາຍແລະກັບມາຮັບໃຊ້ພຸດທະສາສະໜາແລະປະເທດຊາດສືບມາຈົນເຖິງປັດຈຸບັນ ແລະຈະດຳເນີນການພົວພັນຕໍ່ໄປໃນອະນາຄົດຢ່າງບໍ່ຢຸດຢັ້ງ.



Burmese Buddhist delegates offered Kathina at Sangha College.


The Buddhist delegates led by the Most Ven.Dr.Nyanissara, the chancellor of the Sitagu International Buddhist Academy, the founder of the Ayudāna Hospital and also the Chairman of the Association of Theravada Buddhist Universities(ATBU) cordially paid a courtesy visit the Most.Ven.Phong Samaleuk, the Acting President of Lao Buddhist Fellowship Organization(LBFO) and at the same time, he offered 360 set of saffron robes to the teachers and students at the Sangha College in Vientiane on 15 November,2010.

At the same time, the Most Ven.Dr.Nyanissar also awarded scholarship for 20 students from the Sangha College to study at the Sitagu International Buddhist Academy next year, and also he will build a Shwegigon pagoda replica in the new campus of Buddhist University of Laos.

Previously, the religious and cultural cooperation between Laos and Burma have been tied strongly as there are many Lao students have graduated from Burma and returned home to work for the national and religious development and this will continue to grow for further cooperation between the two countries.

Sunday, November 14, 2010

ບຸນສົມໂພດພຣະພຸດທະໄຊຍະມະຫາມຸງຄຸນ



ເມື່ອຄືນວັນທີ 12 ທີ່ຜ່ານມາ ທີ່ຫໍທັມມະສະພາ ວັດພະທາດຫລວງເໜືອ ໄດ້ມີບຸນສົມໂພດພຣະພຸດທະໄຊຍະມະຫາມຸງຄຸນຂື້ນ ມີພຣະສົງເຂົ້າຮ່ວມຈຳນວນ 108 ອົງ ພ້ອມດ້ວຍອອກຕົນຍາດໂຍມເຂົ້າມາບວດຂາວຈຳສິນ ຮ່ວມສົມໂພດເປັນຈຳນວນຫລວງຫລາຍ
ງານບຸນດັ່ງກ່າວ ປະກອບມີ ການໄຫວ້ພຣະ ສະມາທານສິນແປດ, ການຟັງເທດ ແລະການຈະເລີນພາວະນາ ເຮັດໃຫ້ຊາວພຸດໄດ້ມີ
ໂອກາດສຶກສາແລະປະຕິບັດທັມໃນຊ່ວງຂ້າມຄືນ ແລະການສ້າງພຣະພຸດທະຮູບເພື່ອປະດິດສະຖານໃຫ້ສາທຸຊົນໄດ້ຂາບໄຫວ້ບູຊາ ເພື່ອນ້ອມ
ລະນຶກເຖິງຄຸນພຣະພຸດທະເຈົ້າແລະທັມມະທີ່ພຣະພຸດທະອົງຕັດສະຮູ້ ແລ້ວນຳມາປະຕິບັດນັ້ນ ນັບວ່າເປັນມະຫາກຸສົນຢ່າງຍິ່ງ ເປັນການສຶບຕໍ່
ພຣະພຸດທະສາສະໜາໃຫ້ຈະເລີນສະຖານພອນຍິ່ງຂື້ນໄປ.