Search This Blog

Friday, November 19, 2010

Burmese Buddhist delegates offered Kathina at Sangha College.


ຄະນະສົງພະມ້າຖວາຍຜ້າປ່າຈຳນວນ 360 ໄກ
ແກ່ຄູອາຈານແລະນັກສຶກສາວິທະຍາໄລສົງ




ເມື່ອວັນທີ 14 ພະຈິກທີ່ຜ່ານມາ ຄະນະສົງຈາກປະເທດພະມ້າ ນຳໂດຍພຣະອາຈານໃຫຍ່ ດຣ.ອາຊິນ ຍານິສສະຣະ (ສີຕະກູໄຊຍາດໍ) ອະທິການບໍດີສະຖາບັນການສຶກສາພຸດທະສາສະໜານານາຊາດຊີຕາກູ Sitagu International Buddhist Academy(SIBA) , ຜູ້ສ້າງຕັ້ງໂຮງໝໍອາຍຸທານະ ແລະເປັນປະທານສະມາຄົມມະຫາວິທະຍາ ໄລພຸດທະສາສະໜາເຖຣະວາດ The Association of Theravada Buddhist Universities (ATBU) ໄດ້ເຂົ້າຂາບຄາຣະວະ ພຣະອາຈານໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ, ວ່າການປະທານອົງການພຸດທະສາສະໜາສຳພັນລາວ ພ້ອມດ້ວຍຄູອາຈານ ແລະນິສິດນັກສຶກສາ ວິທະຍາໄລສົງຈຳນວນ 300 ກວ່າອົງ.

ຈຸດປະສົງຂອງການຢ້ຽມຢາມລາວຄັ້ງນີ້, ພຣະອາຈານໃຫຍ່ ດຣ. ອາຊິນ ຍານິສສະຣະ ແມ່ນເພື່ອຖວາຍຜ້າໄຕ ຈຳນວນ 360 ຊຸດຕໍ່ຄູອາຈານ ແລະນັກສຶກສາພາຍໃນວິທະຍາໄລສົງແລະໄດ້ຕົກລົງຈະໃຫ້ທຶນການສຶກສາຈຳນວນ 20 ທຶນ ແກ່ນິສິດນັກສຶກສາ ວິທະຍາໄລສົງ ແລະນັກສຶກສາສົງລາວ ເພື່ອໄປຮຽນຕໍ່ຢູ່ທີ່ສະຖາບັນການສຶກສາພຸດທະສາສະໜານານາຊາດສີຕະກູ ໂດຍໃຫ້ຮຽນຕໍ່ແຕ່ຂັ້ນປະລິນຍາຕີ ຕໍ່ເນື່ອງເຖິງປະຣິນຍາໂທ.

ນອກຈາກແຜນການການສຶກສາແລ້ວ ພຣະອາຈານໃຫຍ່ ດຣ. ຍານິສສະຣະ ຍັງຈະເປັນເຈົ້າພາບສ້າງພຣະທາດສະເວຊີກອງຈຳລອງ ທີ່ບໍລິເວນມະຫາວິທະຍາໄລພຸດທະສະໜາແຫ່ງປະເທດລາວແຫ່ງໃໝ່ ທີ່ວັດພະບາດແອວຂັນ ເມືອງໄຊທານີ. ພ້ອມນີ້ ກໍໄດ້ຖວາຍພຸດ ທະຮູບອີກສອງອົງ ແລະເພື່ອເປັນການແລກປ່ຽນ ເພິ່ນກໍໄດ້ຂໍພຣະໄຕປິດົກສະບັບພາສາລາວໜຶ່ງຊຸດເພື່ອເປັນ ທີ່ລະລຶກແລະເກັບຮັກສາໄວ້ ທີ່ສະຖາບັນການສຶກສານານາຊາດຊີຕາກູ.

ໃນໄລຍະຜ່ານມາ ສາຍພົວພັນທາງພຸດທະສາສະໜາແລະວັດທະນະທຳລະຫວ່າງສອງປະເທດ ລາວແລະພະມ້າໄດ້ມີມາຍາວນານ ເຊິ່ງໄດ້ມີພະສົງລາວເຮົາໄດ້ໄປສຶກສາພຸດທະສາສະໜາທີ່ພະມ້າເປັນຈຳນວນຫຼາຍແລະກັບມາຮັບໃຊ້ພຸດທະສາສະໜາແລະປະເທດຊາດສືບມາຈົນເຖິງປັດຈຸບັນ ແລະຈະດຳເນີນການພົວພັນຕໍ່ໄປໃນອະນາຄົດຢ່າງບໍ່ຢຸດຢັ້ງ.



Burmese Buddhist delegates offered Kathina at Sangha College.


The Buddhist delegates led by the Most Ven.Dr.Nyanissara, the chancellor of the Sitagu International Buddhist Academy, the founder of the Ayudāna Hospital and also the Chairman of the Association of Theravada Buddhist Universities(ATBU) cordially paid a courtesy visit the Most.Ven.Phong Samaleuk, the Acting President of Lao Buddhist Fellowship Organization(LBFO) and at the same time, he offered 360 set of saffron robes to the teachers and students at the Sangha College in Vientiane on 15 November,2010.

At the same time, the Most Ven.Dr.Nyanissar also awarded scholarship for 20 students from the Sangha College to study at the Sitagu International Buddhist Academy next year, and also he will build a Shwegigon pagoda replica in the new campus of Buddhist University of Laos.

Previously, the religious and cultural cooperation between Laos and Burma have been tied strongly as there are many Lao students have graduated from Burma and returned home to work for the national and religious development and this will continue to grow for further cooperation between the two countries.

No comments:

Post a Comment