Search This Blog

Thursday, October 21, 2010

ອັດສະຈັນໃຈຟ້າ


ອັດສະຈັນໃຈຟ້າ ເດືອນດາວໃນໂລກ ເຮົາເດ
ສັງມາແປປ່ຽນປິ້ນ ບໍ່ຄືເຄົ້າເກົ່າຫລັງ
ລະດູເດືອນບໍ່ຢູ່ຢັ້ງ ໃນເຂດທີ່ຄວນເປັນ
ຍາມຝົນຝົນບໍ່ເທລົງ ຂາດເຫີຍເຫີນແຫ້ງ.
ຊາວນາແຊງນາປີເສົ້າ ຄອຍຝົນນັ່ງເຈົ່າ
ບາດວ່າຍາມລະດູໜາວ ເຫມັນຕະໝໍ່ໃກ້ ຝົນສັງມາສົ່ງໃຫ້ ຫຼາຍລົ້ນຖວ້ມນາ ເດນໍ.

ດຽວນີ້ຫລາຍເຂດກ້ຳ ຫລາຍປະເທດທົນທຸກ
ຊາວນາໆນອນຈົມ ແຊ່ນ້ຳຝົນສູນສ້ຽງ
ຫລາຍຄາເມແຖວບ້ານ ເມືອງໄກປະເທດຕ່າງ
ຖືກຝົນເທທັ່ງຖ້ວມ ຈົມພື້ນແຜ່ນດິນ.

ໄພພິບັດໂຫດຮ້າຍ ທຳມະຊາດບັນດານ
ຍ້ອນວ່າຄົນເຜົາຜານ ປ່າເລົາເຜົາໄໝ້
ປ່າຂາດເຂີນແນວໄມ້ ຜັນແປບໍ່ເປັນປ່າ ສາແລ້ວ
ເຫລືອແຕ່ເຄືອໄມ້ນ້ອຍ ເຫຼືອແຕ່ຮອຍກ່າງໄມ້ ຕໍເຕ້ຍບໍ່ຮົ່ມເຢັນ.


ເຫດມັນເປັນດັ່ງນີ້ ນ້ຳບໍ່ຢູ່ຄູນດິນ
ປິວລະເຫີຍຫາຍໜີ ແຫ້ງແໜງບໍ່ເຫລືອຄ້າງ
ຝົນຈິ່ງຮວຍຮຳຫົ້ງ ລົງມາບໍ່ສົມເຫດ
ບ່ອນຕົກຫລາຍນ້ຳຖ້ວມ ບ່ອນບໍ່ຕົກພັດແຫ້ງແລ້ງ ຊາວປະຊາທຸກຍາກໄຮ້ ໄປໜ້າຢູ່ບໍ່ຖອຍ.

ຈິ່ງຂໍຮ້ອງຮຽກເອີ້ນ ມວນໝູ່ຊາວປະຊາ
ໃຫ້ພາກັນອະນຸຮັກ ປ່າພະນາແນວໄມ້
ຢ່າໄດ້ທຳລາຍມ້າງ ຕັດຮອນທຳມະຊາດ ຫລາຍທ້ອນ
ເພື່ອແຜ່ນດິນເຂດບ້ານ ໃຫ້ຂຽວບານຢູ່ເລື້ອຍ ຝົນຈິ່ງຮວຍສົ່ງໃຫ້
ຕາມເຄົ້າແມ່ນລະດູ ຫັ້ນແລ້ວ.

No comments:

Post a Comment