Search This Blog

Thursday, February 17, 2011

ບຸນສົມໂພດພຣະທີ່ວັດປ່າທັມມາຣົມ




ເມື່ອຄືນວັນທີ 12 ທີ່ຜ່ານມາ ທີ່ວັດປ່າທຳມາລົມ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ ໄດ້ຈັດໃຫ້ມີງານບຸນສົມໂພດພຣະຂື້ນ. ພຣະພຸດທະຮູບທີ່ສົມໂພດ ເປັນພຣະຫີນອ່ອນ 2 ອົງ ມີມູນຄ່າການສ້າງ ອົງລະ 4.000 ໂດລາ ໂດຍການເປັນເຈົ້າພາບອຸປະຖຳຫລັກຈາກ ຄອບຄົວທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແລະບໍລິສັດດາວເຮືອງ ພ້ອມດ້ວຍຍາດຕິພີ່ນ້ອງ.

ມີຜູ້ເຂົ້າຮ່ວມການສົມໂພດປະມານ 3.000 ຄົນ ຈາກທຸກສາລະທິດແຕ່ເໜືອຮອດໃຕ້ ເປັນບັນຍາກາດທີ່ເຕັມໄປດ້ວຍຄວາມເຫລື້ອມໃສສັດທາຂອງອອກຕົນ ຍາດໂຍມທີ່ມີຕໍ່ພຣະພຸດທະສາສະໜາ. ຈຸດປະສົງຂອງການສ້າງພຣະເພື່ອມາສົມໂພດ ແມ່ນເພື່ອສືບທອດພຣະພຸດທະສາສະໜາ ໂດຍການສ້າງພຸດທະປະຕິມາກອນ(ພຣະພຸດທະຮູບ) ເພື່ອເປັນຕົວແທນຂອງພຣະພຸດທະເຈົ້າ ໃຫ້ປະຊາຊົນຂາບໄຫວ້ສັກກາຣະບູຊາ. ການສ້າງພຣະພຸດທະຮູບ ມີອານິສົງຫລາຍ ສາມາດເຮັດໃຫ້ຜູ້ມີສັດທາສ້າງ ຫາດເຄາະເຂັນເວນໄພ ນຳມາເຊິ່ງຄວາມຜາສຸກແກ່ຕົນເອງແລະຄອບຄົວ.

No comments:

Post a Comment