Search This Blog

Saturday, October 23, 2010

ຕັກບາດງານບຸນອອກພັນສາທີ່ວັດອົງຕື້ມະຫາວິຫານ




ຕອນເຊົ້າຂອງວັນທີ 23 ຕຸລາ ເປັນວັນອອກພັນສາປະວໍຣະນາ ເຊ່ິງເປັນວັນທີ່ຊາວພຸດທົ່ວໂລກຕ່າງກໍມີບຸນອອກພັນສາເຊັ່ນດຽວກັນຕາມພຸດທະ ບັນຍັດ. ທີ່ວັດອົງຕື້ມະຫາວິຫານ, ມີພໍ່ແມ່ປະຊາຊົນຈຳນວນຫຼວງຫຼາຍມາໃສ່ບາດຖວາຍສັງຄະທານແກ່ພຣະສົງ ໃນນັ້ນ ໄດ້ມີຂັ້ນນຳມາຮ່ວມດ້ວຍ ຄື ທ່ານຈະເລີນ ເຢຍຣີເຮີ, ເຈົ້າຄອງກຳແພງນະຄອນ ກໍໄດ້ເປັນກຽດເຂົ້າຮ່ວມໃສ່ບາດນຳພໍ່ແມ່ປະຊາຊົນ ຖືໄດ້ວ່າເປັນສີຣິມຸງຄຸນຢ່າງຍິ່ງ.

ພິທີກັມໃນຕອນເຊົ້າໄດ້ປະກອບມີ ການໄຫວ້ພຣະສູດມົນ,ສະມາທານສີນ ແລະຮັບຟັງພຣະສັດທັມມະເທສະໜາ. ແລະຕອນບ່າຍ ມີການຟັງເທດອີກ ຫຼັງຈາກນັ້ນ ກໍເປັນການເຕົ້າໂຮມພຣະສົງທົ່ວເມືອງຈັນທະບູລີ ມາຮ່ວມອອກພັນສາປະວໍຣະນາສາມັກຄີ ທີ່ພັດທະສີມາວັດອົງຕື້ມະຫາວິຫານ ຈຳນວນ 288 ອົງ. ຫຼັງຈາກນັ້ນ ຕອນແລງກໍໄດ້ມີການໄຫຼເຮືອໄຟ, ການຟັງເທດແລະຝຶກສະມາທິ ເປັນອັນວ່າຈົບພິທີ.

No comments:

Post a Comment