ເມື່ອວັນທີ 24 ຫາ 26 ທີ່ຜ່ານມາ ໄດ້ມີການຈັດງານບຸນສະຫຼອງ 100 ປີ ຊາຕະການມື້ລາງພຣະອາຈານໃຫຍ່ ມະຫາປາລ ອານັນໂທ,ອະດີດເຈົ້າສຳນັກມະຫາພຸດທະວົງສາປ່າຫລວງ ທ່ານເປັນພຣະອາຈານໃຫຍ່ຝ່າຍວິປັດສະນາທຸຣະ ທັງເປັນນັກພັດທະນາ ຜູ່ທີ່ເພັດມະນີແຫ່ງຍຸກຣາຊະອານາຈັກແລະຍຸກລະບຽບໃໝ່. ຜົນງານຂອງທ່ານມີຢ່າງອະເນກອະນັນເໜືອຈະຄະນານັບ, ເປັນຜູ້ສ້າງຮາກຖານແຫ່ງການສຶກສາທາງພຸດທະສາສະໜາ ພາກປະຣິຍັດຢ່າງໝັ້ນຄົງ ໂດຍສະເພາະແມ່ນວິຊາພຣະອະພິທັມ, ໂຮງຮຽນສອນສີລະທັມ, ສະມາຄົມຍຸວະພຸດ, ວາຣະສານພຸດທະວົງສ໌ ແລະຜົນງານອີກມາກມາຍທີ່ທ່ານມີໄວ້ປະດັບໄວ້ແກ່ຊາດ ແລະສາສະໜາ. ເພື່ອນ້ອມລະນຶກເຖິງຄຸນງາມຄວາມດີຂອງພຣະອາຈານໃຫຍ່ຜູ່ມີຜົນງານ ຜູ່ສ້າງຄຸນປະໂຫຍດແກ່ຊາດແລະສາສະໜາຜ່ານມາ.
ໃນງານບຸນ ໄດ້ມີນິທັດສະການກ່ຽວກັບຊີວິດແລະຜົນງານຂອງພຣະອາຈານມະຫາປາລ ອານັນໂທ, ການຟັງປາຖະກະຖາ, ການປະຕິບັດທັມ, ການໃສ່ບາດຖວາຍສັງຄະທານໃຫ້ແກ່ພຣະສົງຈຳນວນ 100 ກວ່າອົງ, ການຮົດສົງເຖຣາພິເສກຈຳນວນ 18 ກອງ. ນັບວ່າເປັນເຫດການທີ່ສຳຄັນຄັ້ງປະຫວັດສາດໃນລາວ ທີ່ໄດ້ຈັດຂື້ນເພື່ອລະນຶກເພື່ອເປັນອາຈາຣິຍະບູຊາຄົບ 100 ປີຊາຕະການແບບນີ້. ມີປະຊາຊົນເຂົ້າຮ່ວມຢ່າງຫລວງຫລາຍເຖິງແມ່ນວ່າຝົນຈະຕົກ. ອັນນີ້ກໍສະແດງໃຫ້ເຫັນວ່າ ສັດທາຂອງສາທຸຊົນຊາວພຸດຍັງເຊື່ອໝັ້ນນັບຖືບູຊາຕໍ່ພຣະພຸດທະສາສະໜາຢ່າງໝັ້ນຄົງແລະເປັນຂະບວນຟົດຟຶ້ນໃນການເຮັດບຸນ.
No comments:
Post a Comment