Search This Blog
Monday, January 17, 2011
ແມ່ນ້ຳເນຣັນຊະຣາທີ່ເຫືອດແຫ້ງ
ເມື່ອວັນທີ 13 ທັນວາ ຂ້າພະເຈົ້າໄດ້ມີໂອກາດຍ່າງຂ້າມແມ່ນ້ຳເນຣັນຊະຣາ ດ້ວຍຂົວໃນທ່າມກາງ ພຣະສົງແລະພຸດທະສາສະນິກະຊົນ ທີ່ພ້ອມພຽງກັນ ເພື່ອເດີນທັມມະຍາຕຣາ ໄປຍັງບ້ານເກົ່າຂອງ ນາງສຸຊາດາ ຜູ້ທີ່ຖວາຍເຂົ້າມັດທຸປາຍາດ(ເຂົ້າທີ່ປະສົມກັບນົມແບ້) ເຊິ່ງນາງໄດ້ຖວາຍແກ່ພຣະ ພຸດທະເຈົ້າ ກ່ອນທີ່ຈະໄດ້ຕັດສະຮູ້.
ຫລັງຈາກໄດ້ໄປເຮັດພິທີໄຫວ້ພຣະສູດມົນ ແລະທາງເຈົ້າພາບໄດ້ຖວາຍເຂົ້າ ມັດທຸປາຍາດແກ່ພຣະ ສົງແລ້ວ ກໍພາກັນເດີນທາງກັບສູ່ສະຖານທີ່ສັນເພນໃນກາລະຈັກຣ໌ (ເປັນສະຖານທີ່ກະກຽມເປີດພິທີ ແລະສັນພັດຕາຫານ) ແຕ່ຂ້າພະເຈົ້າບໍ່ໄດ້ກັບພ້ອມໝູ່ ຄືໄດ້ລໍຖ້າຖ່າຍຮູບທີ່ບ້ານນາງສຸຊາດາ ພໍດີມີ ນັກຮຽນແລະນາຍຄູຢູ່ໂຮງຮຽນໃກ້ໆນັ້ນ ໄດ້ພາຂ້າພະເຈົ້າພ້ອມດ້ວຍພຣະສົງອີກອົງໜຶ່ງເດີນທາງ ຜ່ານສວນຜັກແຫ່ງໜຶ່ງແລ້ວແວ່ໄປທາງແຄມແມ່ນ້ຳເນຣັນຊະຣາ ເຊິ່ງຢູ່ຝັ່ງກົງກັນຂ້າມກັບເຈດີທີ່ ມະຫາໂພທິມະຫາວິຫາຣ ດັ່ງທີ່ເຮົາແນມເຫັນໃນຮູບນີ້.
ພວກນາຍຄູ ແລະນັກຮຽນຜູ້ໜຶ່ງ ທີ່ເປັນນ້ອງຂອງນາຍຄູ ໄດ້ອະທິບາຍສູ່ຂ້າພະເຈົ້າຟັງວ່າ ແຄມ ຝັ່ງນີ້ ເປັນບ່ອນທີ່ພຣະພຸດທະອົງອະທິດຖານລອຍພາຖາດຄຳ ເຊິ່ງນາງສຸຊາດາໄດ້ຖວາຍມາ ພ້ອມກັບເຂົ້າມັດທຸປາຍາດ ເພື່ອສ່ຽງເຖິງກັນບັນລຸສັບພັນຍຸຕຕະຍານ. ຂ້າພະເຈົ້າ ຈິ່ງເກີດຄວາມ ສັງເວດສະຫລົດໃຈຂື້ນວ່າ ແມ່ນ້ຳແຫ່ງນີ້ ໄດ້ເຫືອດແຫ້ງໄປແລ້ວ ແລະພະຍານາກຕົນໜຶ່ງທີ່ມີ ນາມວ່າກາລະນາຄຢູ່ໃນບາດານນັ້ນຈະໄປຢູ່ໃສ. ພະຍານາຄຕົນນັ້ນ ເປັນຜູ້ທີ່ນອນຢູ່ໃນບາດານ ແຫ່ງນີ້ເປັນເວລາຍາວນານຊົ່ວກັບຊົ່ວກັນມາແລ້ວ ເມື່ອໄດ້ຍິນສຽງພາຖາດກະທົບກັບພື້ນ ຈິ່ງສະດຸ້ງ ຕື່ນຂື້ນຈາກຄວາມດັບໄຫລ ແລ້ວອຸທານໃນໃຈວ່າ “ຮຶ ມື້ວານນີ້ກໍມີຜູ້ມາສ່ຽງຖາດ ມື້ນີ້ກໍມີອີກແລ້ວ.” ຄວາມໝາຍຂອງມື້ວານນັ້ນ ໝາຍຄວາມວ່າ ມັນດົນນານແສນນານມາແລ້ວ ແຕ່ພຣະພຸດທະເຈົ້າ ອົງກ່ອນມາຕັດສະຮູ້ພຸ້ນລະ ແຕ່ພະຍານາຄນອນດົນຊື່ໆ ຈິ່ງຄຶດວ່າຫາກໍແມ່ນມື້ວານ. ພະຍາກນາກ ຕົນນີ້ ເມື່ອຊາດກ່ອນ ສະໄໝພຣະພຸດທະເຈົ້າທີ່ມີນາມວ່າ ວິປັສສີ(ຖ້າຈື່ບໍ່ຜິດ)ເຄີຍເປັນສາມະເນນ ອຸປປະຖາກພຣະສົງຈຳນວນ 500 ກວ່າອົງ ມາປະຊຸມກັນ ດ້ວຍການຕົ້ມນ້ຳ ແລະຈັດກຽມຫາສະ ຖານທີ່ພັກເຊົາຕາມທຳນຽມຂອງສົງ ຈິ່ງບໍ່ໄດ້ຢູ່ໄດ້ນອນ ຈິ່ງອະທິດຖານໃນໃຈວ່າ ຂໍໃຫ້ບຸນກຸສົນ ທີ່ເກີດຈາກກາອຸປະຖາກພຣະສົ່ງເຫລົ່ານີ້ ຈົ່ງດົນບັນດານໃຫ້ໄດ້ມີໂອກາດໄດ້ນອນຫລັບສະຖານ ຍ້ອນເຫດນີ້ເອງ ຈິ່ງເຮັດໃຫ້ໄດ້ມີໂອກາດໄປເກີດເປັນພະຍານາກ ນາມວ່າ ກາລະນາຄ(ນາຄແຫ່ງ ການເວລາ) ໄດ້ອາໄສຢູ່ໃນໃຕ້ບາດານແຫ່ງແມ່ນ້ຳເນຣັນຊະຣາແຫ່ງນີ້.
ເຖິງແມ່ນວ່າແມ່ນ້ຳເນຣັນຊະຣາຈະເຫືອດແຫ້ງແລ້ວກໍຕາມ ແຕ່ຍາມກາງເກົ້າກາງສິບ ຈະມີນ້ຳນອງໄຫລເປັນປົກກະຕິໃນຍາມລະດູແລ້ງ ເຊື່ອກັນວ່າ ມີນ້ຳໄຫລຢູ່ໃຕ້ດິນພຸ້ນພະຍານາຄ ຕົນນັ້ນຄືຊິຢູ່ໃນພື້ນພຸ້ນ.
ອັນນັ້ນເປັນເລື່ອງຂອງຄວາມເຊື່ອກ່ຽວກັບພະຍານາຄ ແລະການສ່ຽງພາຖາດຂອງພຣະພຸດທະເຈົ້າ ແຕ່ສິ່ງທີ່ໜ້າສັງເກດກໍຄືວ່າ ຄວາມມະຫັດສະຈັນຂອງພຣະພຸດທະເຈົ້າ ຢູ່ບ່ອນວ່າ ຕອນທີ່ພຣະ ພຸດທະອົງຂ້າມນ້ຳນັ້ນມັນແມ່ນຍາມທີ່ມີນ້ຳນອງເຮືອກໍອາດຈະບໍ່ມີ ນັກປາດທັງຫລາຍເຊື່ອກັນວ່າ ພຣະພຸດທະອົງໄດ້ໃຊ້ຊານສີ່ເພື່ອເຫາະຂ້າມແມ່ນ້ຳເນຣັນຊະຣາແຫ່ງນີ້ ເພື່ອໄປນັ່ງສະມາທິ ຢູ່ພາຍໃຕ້ຕົ້ນສີມະຫາໂພ ກ່ອນຈະໄດ້ບັນລຸເປັນພຣະອະຣະຫັນຕະສັມມາສັມພຸດທະເຈົ້າ.
ແລະອີກຢ່າງໜຶ່ງກໍຄືວ່າ ແມ່ນ້ຳແຫ່ງນີ້ ເມື່ອຫລາຍສິບປີກ່ອນ ກໍຍັງບໍ່ທັນເຫືອດແຫ້ງ ໃນຍາມລະດູ ແລ້ງແບບນີ້ ແຕ່ດຽວນີ້ປ່ຽນໄປແລ້ວ ຍ້ອນສະພາບແວດລ້ອມຂອງໂລກ ແລະ ອີກບໍ່ນານເມື່ອຫວນ ມາເບິ່ງແມ່ນ້ຳຂອງຢູ່ບ້ານເຮົາ ບໍ່ຮູ້ວ່າ ອີກຈັກປີຂ້າງໜ້າ ຈະເຫືອດແຫ້ງຄືແບບນີ້
ແລະນັ້ນເປັນສິ່ງທີ່ໜ້າເປັນຫ່ວງຕໍ່ວິຖີຊີວິດຂອງຄົນລາວທີ່ອາໄສສາຍນ້ຳຂອງ ເຊິ່ງປຽບເໝືອນ ສາຍເລືອດທີ່ລໍ່ລ້ຽງຊີວິດຕະຫລອດມາ.
Subscribe to:
Post Comments (Atom)
No comments:
Post a Comment